ໃນວັນທີ29 ກໍລະກົດ2019 ນີ້ ໄດ້ມີການເຊັນສັນຍາຮ່ວມມື ທຸລະກິດ ລະຫວ່າງ ທະນາຄານຫຸ້ນສ່ວນການຄ້າທະຫານ-ສາຂານະຄອນຫລວງ ແລະ ບໍລິສັດເອັນຊີຊີ ຈໍາກັດຜູ້ດຽວ ຢູ່ທີ່ສໍານັກງານໃຫຍ່ ຂອງທະນາຄານMB, ເຊິ່ງພິທີເຊັນສັນຍາດັ່ງກ່າວ ໄດ້ລົງນາມໂດຍທ່ານ ຫງວຽນ ຢາ ກວາງ ຜູ້ອຳນວຍການໃຫຍ່ ທະນາຄານຫຸ້ນສ່ວນການຄ້າທະຫານ(MB) ແລະ ທ່ານບົວວຽງຈໍາປາພັນ ປະທານບໍລິສັດເອັນຊີຊີຈໍາກັດຜູ້ດຽວ(NCC) ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ພະນັກງານຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.