ໃນຕອນເຊົ້າວັນທີ 06 ກໍລະກົດ 2018 ຜ່ານມານີ້ ທີ່ໂຮງແຮມ ດອນຈັນພາເຣດ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານ ແຫ່ງ ສປປ ລາວ ໄດ້ຈັດຕັ້ງວາລະກອງປະຊຸມ “ ປຶກສາຫາລືກ່ຽວກັບວຽກງານການບໍລິການດ້ານການເງິນດິຈິຕັອນ ຄັ້ງທີXI ” ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານເປີດກອງປະຊຸມໂດຍ: ທ່ານ ພັນທະບູນ ໄຊຍະເພັດ ຮອງກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ຊື່ງມີຜູ້ເຂົ້າຮ່ວມຫຼາຍພະແນກການ ແລະ ບັນດາທະນາຄານທັງພາຍໃນແລະຕ່າງປະເທດ.

>>>ໂດຍງານໃນຄັ້ງນີ້ ທ່ານ ບົວວຽງ ຈໍາປາພັນ ປະທານກຸ່ມບໍລິສັດ ເອັນຊີຊີ ກໍ່ຄື ສະຖາບັນການເງິນ ຈຸລະພາກ ທີ່ຮັບເງິນຝາກ ນິວຄອນເຊັບ (NCF) ມີຄວາມພາກພູມໃຈເປັນຢ່າງຍີ່ງ ທີ່ໄດ້ຮັບກຽດເຂົ້າຮ່ວມງານ ເພາະເປັນພຽງສະຖາບັນ 1 ດຽວໃນປະເທດລາວ ທີ່ຖືກຄັດເລືອກເຂົ້າຮ່ວມເຜີຍແຜ່ຄວາມຄືບໜ້າຂອງການດໍາເນີນງານດ້ານການເງິນດິຈິຕັອນ (App Kapao ເຄຣດິດໃນມືທ່ານ) ຊື່ງບັນດາພາກສ່ວນເຂົ້າຮ່ວມໄດ້ໃຫ້ຄວາມສົນໃຈເປັນຈໍານວນຫຼວງຫຼາຍ ແລະ ໄດ້ມີການສົນທະນາປຶກສາຫາລື ແລກປ່ຽນຄໍາຄິດເຫັນຮ່ວມກັນ ເພື່ອຄຽງຄູ່ກັບການພັດທະນາປະເທດຊາດໃຫ້ມີຄວາມຈະເລີນຍິ່ງຂື້ນເພື່ອໃຫ້ທຽບເທົ່າສາກົນ.