1. ເນື້ອໃນການປະກວດ:

ຕົວແທນຈໍາໜ່າຍຫວຍພັດທະນາ ສາຂາຫວຍມືຖື ປະກາດເຊີນຊວນຜູ້ສົນໃຈ ຮ່ວມອອກແບບໂລໂກ້ໃໝ່ ຂອງສາຂາຫວຍມືຖື ພາຍໄຕ້ແນວຄວາມຄິດ:  ທີ່ເປັນສັນຍາລັກຂອງຜະລີດຕະພັນຫວຍ ທີ່ເປັນພະຍານາກ ເບີ່ງສະງ່າງາມ ເປັນທີ່ເຊື່ອຖື ແລະ ທັນສະໄຫມ ທັງແບບເຕັມໂຕ ຫຼື ເຄີ່ງໂຕ ເພື່ອໃຊ້ເປັນ ໂລໂກ້ຫວຍພະຍານາກໃໝ່.

           ຊື່ຜະລິດຕະພັນໃໝ່ທີ່ໃຊ້:     ປ່ຽນຈາກເດີມແມ່ນ “ ຫວຍມືຖື ”  ເປັນ  “ ຫວຍພະຍານາກ ”

           ໂທນສີໂລໂກ້: ເຫຼືອງ ffd100  ແລະ ຂຽວ 0b6c37  ( ສີລ້ວນ ບໍ່ເງົາ )

           ພ້ອມອະທິບາຍຄວາມຫມາຍ ແນວຄວາມຄິດ ແລະ ແຮງບັນດານໃຈໃນການເຮັດໂລໂກ້ນີ້

  1. ການສະໝັກເຂົ້າປະກວດ ແລະ ການຕັດສິນ :

–           ວັນທີ 01 – 20 / 10 / 2020 ຜູ້ສະໝັກຕ້ອງສົ່ງຜົນງານການອອກແບບຂອງຕົນເອງ ມາລົງທະບຽນກັບຫ້ອງການ ຜ່ານອີເມວ: Nakalotto.mkt@gmail.com

  • ວັນທີ 23 / 10 / 2020 ລວມ ຫຼື ເຜີຍແຜ່ເງື່ອນໄຂການໃຫ້ຄະແນນ
  • ວັນທີ 25/10 – 01/11 / 2020 ຜູ້ສະໝັກສາມາດໂພສຜົນງານຕົນເອງລົງເຟສບຸກສ່ວນຕົວ ພ້ອມຕິດ Hastag

#ປະກວດອອກແບບໂລໂກ້ຫວຍພະຍານາກ  ເພື່ອໃຫ້ໝູ່ເພື່ອນໃນເຟສບຸກ ມີສ່ວນຮ່ວມໃນການອອກຄໍາຄິດເຫັນ ກົດໄລ້ ກົດແຊ ແລະ ເປັນອີກ 1 ປັດໃຈທີ່ສາມາດເປັນຄະແນນໃນການຕັດສິນຜົນງານເຂົ້າຮອບຕໍ່ໄປ.

  • ວັນທີ 03 / 11 / 2020 ຄະນະກໍາມະການຄັດເລືອກເອົາ 5 ຜົນງານ ເພື່ອມາຕັດສິນໃນຮອບສຸດທ້າຍ.
  • ວັນທີ 6 – 16 / 11 / 2020 ເພຈຫວຍມືຖື ໂພສພາບຜົນງານ 5 ພາບ ເພື່ອຄັດເລືອກເອົາຜົນງານທີມີຍອດ ການ Like & Share ຫຼາຍທີ່ສຸດມາຕັດສິນ ເພື່ອເລືອກ ເອົາ 1 ຜົນງານທີ່ເປັນຜູ້ຊະນະເລີດ.
  • ວັນທີ 20 / 11 / 2020 ປະກາດຜົນ ແລະ ມອບລາງວັນໃຫ້ຜູ້ຊະນະເລີດ.