ໃນວັນທີ 14 -16 ມິຖຸນາ 2018 ທີ່ຜ່ານມາ ທີ່ໂຮງແຮມ ແຊງກຣີຣາ ກຸງເທບມະຫານະຄອນ

ທ່ານ ບົວວຽງ ຈໍາປາພັນ ປະທານບໍລິສັດ ແລະ ທ່ານ ນາງ ອິນດາວັນ ນວນທະສິງ ອໍານວຍການຝ່າຍທຸລະກິດ ຂອງກຸ່ມບໍລິສັດ ເອັນຊີຊີ ເປັນ 1 ໃນຕົວແທນຈາກຫຼາຍບໍລິສັດໃນລາວໄດ້ຮັບກຽດເຂົ້າຮ່ວມງານປະຊຸມ ACMECS Business Forum 2018 ພາຍໄຕ້ຫົວຂໍ້ “ບົດບາດຂອງພາກເອກະຊົນໃນການສ້າງປະຊາຄົມລຸ່ມແມ່ນໍ້າຂອງ” ແລະ Business Networking Dinner ແລະ ງານປະຊຸມສຸດຍອດຜູ້ນໍາຍຸດທະສາດການຮ່ວມມືທາງດ້ານເສດຖະກິດອິຣະວະດີ-ເຈົ້າພະຍາ-ແມ່ນໍ້າຂອງ (ACMECS Summit) ຄັ້ງທີ8 ຊື່ງຈັດຂື້ນໂດຍສະພາທຸລະກິດ ACMECS ປະເທດໄທ ໂດຍມີຜູ້ແທນຈາກສະພາທຸລະກິດ ACMECS ຈາກ 5 ປະເທດສະມາຊິກເຂົ້າຮ່ວມຄື: ກໍາປູເຈຍ🇰🇭️, ສປປ ລາວ🇱🇦️, ມຽນມາ🇲🇲️, ຫວຽດນາມ🇻🇳️ ແລະ ໄທ🇹🇭️ ພ້ອມທັງພາກເອກະຊົນຫຼາຍກວ່າ 100 ບໍລິສັດເຂົ້າຮ່ວມ.