ກຸ່ມບໍລິສັດເອັນຊີຊີ ມີຄວາມພາກພູມໃຈຫລາຍທີ່ໄດ້ຮັບກຽດຖືກເຊີນເຂົ້າຮ່ວມເປັນສ່ວນຫນຶ່ງໃນງານ ສຳມະນາຫົວຂໍ້:“ເຄື່ອຂ່າຍນະວັດຕະກຳທາງການເງິນອາຊຽນ(AFIN) ແລະ ເຂົ້າເຖີງການບໍລິການດ້ານການເງິນຢ່າງທົ່ວເຖີງໂດຍຜ່ານນະວັດຕະກຳທາງການເງິນ” ທີ່ເປີດໂອກາດໃຫ້ຜູ້ເຂົ້າຮ່ວມງານໄດ້ແລກປ່ຽນຄວາມຄິດເຫັນເພື່ອຄົ້ນຄ້ວາກ່ຽວກັບການນໍາໃຊ້ເທັກໂນໂລຊີທີ່ທັນສະໄຫມເຂົ້າໃນການບໍລິການດ້ານການເງີນໃນຂົງເຂດອາຊີ ແລະເພື່ອການພັດທະນາແລະເເກ້ໄຂບັນຫາດ້ານການເງິນສຳລັບຂະແຫນງການທະນາຄານແລະສະຖາບັນການເງິນ ໃນສປປລາວ