ໃນວັນທີ 30 ພຶດສະພາ ທີ່ຜ່ານມາ ບໍລິສັດເອັນຊີຊີ ຮ່ວມກັບ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ICT ໄດ້ຈັດກິດຈະກໍາ ເຜີຍແຜ່ຄວາມຮູ້ ໃຫ້ແກ່ນັກສຶກສາ ທີ່ຄະນະວິສະວະກໍາສາດ ພາກວິຊາ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ວິສະວະກໍາຄອມພິວເຕີ ໃນຫົວຂໍ້“ການນຳໃຊ້ອິນເຕີເນັດໃນຊີວິດປະຈໍາວັນ”

ທ່ານ ນາງ ອິນດາວັນ ນວນທະສິງ ຜູ້ອຳນວຍການ ກຸ່ມບໍລິສັດ ເອັນຊີຊີ ຈໍາກັດຜູ້ດຽວ

ໄດ້ຮັບກຽດຂຶ້ນບັນຍາຍບົດຄວາມ ຫົວຂໍ້ກ່ຽວກັບ”ການນໍາໃຊ້ເງິນເອເລັກໂຕຼນິກ (E-Wallet)”ແລະຫົວຂໍ້”ການຕື່ມເງິນແບບອອນລາຍ(E-Topup)” ພາຍໃນງານອີກດ້ວຍ

ກິດຈະກຳໃນຄັ້ງນີ້ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກບັນດານັກສຶກສາທີ່ເຂົ້າເຊິ່ງກິດຈະກຳໃນຄັ້ງນີ້ແມ່ນສາມາດເຮັດໃຫ້ນັກສຶກສາ ໄດ້ຮັບຮູ້ເຖິງຜົນດີ-ຜົນເສຍ ຂອງການນໍາໃຊ້ອິນເຕີເນັດຫລາຍຂຶ້ນ. ນອກນັ້ນ ທາງເອັນຊີຊີຍັງໄດ້ມີການຈັດກິດຈະກຳ ຖາມ-ຕອບຄໍາຖາມ ເພື່ອຮັບຂອງລາງວັນແລະ ຮັບໂປລໂມຊັ້ນພິເສດ ສຳລັບນັກສຶກສາ ທີ່ເຂົ້າຮ່ວມງານໃນຄັ້ງນີ້ອີກດ້ວຍ.