ໃນວັນທີ 03 ເມສາ 2019 ທີ່ຜ່ານມາ ຢູ່ທີ່ສໍານັກງານໃຫຍ່ຂອງ APB ທີ່ນະຄອນຫຼວງວຽງຈັນໄດ້ຈັດພິທີເຊັນສັນຍາວ່າດ້ວຍການເປັນຕົວແທນ ຊໍາລະເງິນລາງວັນຫວຍພັດທະນາ ຜ່ານເຄົາເຕີ້ບໍລິການ ຂອງ APB ທຸກສາຂາທົ່ວປະເທດ. ຊື່ງພິທີດັ່ງກ່າວແມ່ນໄດ້ມີການລົງນາມລະຫວ່າງ ຕົວແທນຈໍາໜ່າຍຫວຍພັດທະນາ ສາຂາຫວຍມືຖື ກໍ່ຄືບໍລິສັດ ເອັນຊີຊີ ຈໍາກັດຜູ້ດຽວ (NCC) ຮ່ວມກັບ ທະນາຄານ ສົ່ງເສີມກະສິກໍາ (APB) ຊື່ງຕາງໜ້າສາຂາຫວຍມືຖືແມ່ນທ່ານ ບົວວຽງ ຈໍາປາພັນ ປະທານບໍລິສັດ ເອັນຊີຊີ ຈໍາກັດຜູ້ດຽວ(NCC) ແລະຝ່າຍທະນາຄານ ສົ່ງເສີມກະສິກໍາ (APB) ແມ່ນ ທ່ານ ຄໍາແກ້ວ ວິສີສົມບັດ ຮອງຜູ້ອໍານວຍການ ທະນາຄານ ສົ່ງເສີມກະສິກໍາ ພ້ອມຄະນະຜູ້ບໍລິຫານ ແລະ ພະນັກງານຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ ຊື່ງການຮ່ວມມືກັນໃນຄັ້ງນີ້ ແມ່ນມີຈຸດປະສົງເພື່ອ ເພີ່ມຊ່ອງທາງອໍານວຍຄວາມສະດວກໃຫ້ກັັບສະມາຊິກຕົວແທນ ແລະ ລູກຄ້າຂອງສາຂາຫວຍມືຖື ສາມາດຂື້ນເງິນລາງວັນຫວຍໄດ້ທີເຄົາເຕີ້ບໍລິການຂອງທະນາຄານ APB ທຸກສາຂາທົ່ວປະເທດລາວ.(ທ່ານຄວນສ່ຽງໂຊກສ່ຽງດວງໃນປະລິມານທີ່ເຫມາະສົມ ເພື່ອຄວາມບັນເທິງເທົ່ານັ້ນ).